ກ່ຽວກັບພວກເຮົາ
ນໍ້າແຮ່ທຳມະຊາດຈາກຫົວໃຈຂອງອານາຈັກສາຍນໍ້າສີພັນດອນສູ່ທົ່ວໂລກ
ຈຸດກຳເນີດຄວາມບໍລິສຸດຈາກທຳມະຊາດ
ດິນແດນແຫ່ງອານາຈັກສາຍນໍ້າ ແລະ ຄວາມຫງຽບສະຫງົບໃນໝູ່ເກາະສີພັນດອນ ປະເທດລາວ ຄືແຫຼ່ງກຳເນີດຂອງນໍ້າແຮ່ VOLCA ທີ່ທຳມະຊາດໄດ້ສະສົມສ້າງໄວ້ຢ່າງສົມບູນແບບ
ເລື່ອງຂອງພວກເຮົາ
ເມື່ອຫຼາຍລ້ານປີກ່ອນເກີດການປະທຸໃນຂົງເຂດແຫ່ງນີ້ໄດ້ຖີ້ມປະໄວ້ຊຶ່ງເປັນແຮ່ທາດອັນລໍ້າຄ່າໃນຊັ້ນຫີນເລິກໃຕ້ພື້ນດິນ ນໍ້າຝົນທີ່ຄ່ອຍໆຊືມຜ່ານຊັ້ນຫີນພູເຂົາໄຟເຫຼົ່ານີ້ຕະຫຼອດຫຼາຍພັນປີໄດ້ຮັບການກັ່ນກອງໂດຍທຳມະຊາດຈົນກາຍເປັນນໍ້າແຮ່ບໍລິສຸດທີ່ VOLCA ຕັ້ງໃຈນຳສົ່ງເຖິງມືຂອງທ່ານ.
ການຄົ້ນພົບແຫຼ່ງນໍ້າແຮ່ທຳມະຊາດອັນລໍ້າຄ່າ
ທີມນັກວິທະຍາສາດຂອງພວກເຮົາໄດ້ຄົ້ນພົບແຫຼ່ງນໍ້າແຮ່ຢູ່ເລິກລົງໃຕ້ພື້ນດິນກ່ວາ 120ແມັດ ໃນພື້ນທີຍັງຮັກສາຄວາມບໍລິສຸດຂອງອານາຈັກສາຍນໍ້າສີພັນດອນ.
ຜົນການວິເຄາະເຜີຍວ່າ ນໍ້າແຮ່ທຳມະຊາດນີ້ມີຄຸນນະສົມບັດພິເສດ:
• ເປັນນໍ້າ Akaline (ນໍ້າດ່າງ) ທໍາມະຊາດ
• ອຸດົມດ້ວຍແຮ່ທາດສຳຄັນ 8 ຊະນິດຫຼັກ
• ໂຄງສ້າງໂມເລກູນຂະໜາດນ້ອຍ ຮ່າງກາຍດູດຊື່ມໄດ້ງ່າຍ
ຄວາມມຸ້ງໝັ້ນຂອງ VOLCA
ພວກເຮົາບໍ່ໄດ້ນຳສະເໜີນໍ້າດື່ມທຳມະດາ ແຕ່ຄືນໍ້າແຮ່ທຳມະຊາດຢ່າງແທ້ຈິງທີ່ທຸກຊີວິດຕ້ອງການ
• ຜ່ານຂະບວນການຜະລິດໂດຍຮັກສາຄວາມເປັນທຳມະຊາດຂອງນໍ້າ ບໍ່ມີສານປົນເປື້ອນ
• ບັນຈຸຫຸ້ມຫໍ່ໃນກວດທີ່ສາມາດລີໄຊໂຄໄດ້ 100%
• ສ້າງລາຍໄດ້ຢ່າງເປັນທຳໃຫ້ກັບຊຸມຊົົນທ້ອງຖີ່ນ
ສ້າງປະສົບການການດື່ມທີ່ແຕກຕ່າງ VOLCA ມອບຄຸນຄ່າໃຫ້ຫຼາຍກວ່າຄວາມຊຸ່ມຊື່ມ ແຕ່ຄືການເຊື່ອມຕໍ່ກັບທຳມະຊາດ
• ຄວາມສົດຊື່ນທີ່ສຳພັດໄດ້ເລີ່ມແຕ່ຈີບທຳອິດ
• ສຳພັດລົດຊາດທີ່ອ່ອນໂຍນຈາກທຳມະຊາດ
• ຄວາມໝັ້ນໃຈໃນຄຸນນະພາບທີ່ຜ່ານມາດຕະຖານສາກົນ
ຮ່ວມເປັນສ່ວນໜຶ່ງຂອງເລື່ອງລາວ ທຸກຢົດຂອງ VOLCA ຄືເລື່ອງລາວແຫ່ງຄວາມງົດງາມຈາກທຳມະຊາດຂອງລາວ ທີ່ພວກເຮົາຕັ້ງໃຈສົ່ງມອບໃຫ້ທ່ານໄດ້ສຳພັດດ້ວຍຫົວໃຈ, ເປັນນໍ້າແຮ່ເພື່ອສຸຂະພາບທີ່ເອົາໃຈໃສ່ຕົນເອງ ແລະ ສິ່ງແວດລ້ອມຢ່າງແທ້ຈິງ.
ຄຸນຄ່າຂອງແບນ (Brand Value)
- ຄຸນນະພາບລະດັບສາກົນ
- ນຳສະເໜີນໍ້າແຮ່ລະດັບພີມ້ຽມຈາກແຫຼ່ງພູເຂົາໄຟບູຮານຂອງອານາຈັກສາຍນໍ້າສີພັນດອນ
- ຮັກສາຄວາມບໍລິສຸດຈາກທຳມະຊາດ ແລະ ຄວບຄຸ່ມການຜະລິດຕາມມາດຕະຖານສາກົນ
- ສົ່ງເສີມສຸຂະພາບ
- ມອບນໍ້າດື່ມອໍລຄາລາຍ PH8 ຈາກທຳມະຊາດແທ້ ເພື່ອສ້າງສົມດຸນກົດ-ດານໃນຮ່າງກາຍ
- ນໍ້າດື່ມອຸດົມໄປດ້ວຍແຮ່ທາດ 8 ຊະນິດຫຼັກທີ່ຈຳເປັນຕໍ່ຮາງກາຍ ເໝາະສົມກັບທຸກຊີວິດ
3. ຄວາມຍືນຍົງດ້ານສິງແວດລ້ອມ
- ໃຊ້ບັນຈຸຫຸ້ມຫໍຜະລິດຕະພັນທີ່ເປັນມິດຕໍ່ສິງແວດລ້ອມ100% ຫຼຸດຄາບອນໃນທຸກຂັ້ນຕອນການຜະລິດ
- ຮັກສາຄວາມສົມດຸນຂອງລະບົບນິເວດໃນແຫຼ່ງນໍ້າຕົ້ນທາງ
4. ການພັດທະນາຊຸມຊົນຢ່າງຍືນຍົງ
- ສ້າງວຽກເຮັດງານທຳ ແລະ ລາຍໄດ້ໃຫ້ກັບຊຸມຊົນທ້ອງຖີ່ນ
- ສົ່ງເສີມການທ່ອງທ່ຽວເຊີ່ງນິເວດ ແລະ ອະນຸລັກວັດທະນະທຳ ແລະ ສົ່ງເສີມພູມປັນຍາທ້ອງຖີ່ນ
5. ສ້າງນະວັດຕະກຳຢ່າງມີຄວາມຮັບຜິດຊອບ
- ນຳໃຊ້ເທກໂນໂລຈີ້ທັນສະໄໝ ແລະ ເປັນມິດຕໍ່ສິງແວດລ້ອມ
- ດຳເນີນທຸລະກິດດ້ວຍຄວາມໂປ່ງໄສ ແລະ ຍຶດຫຼັກການຄວາມຖຶກຕ້ອງ
- ສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈໃຫ້ກັບຜູ້ບໍລິໂພກໃນທົ່ວໂລກ
ຜະລິດຕະພັນຂອງພວກເຮົາ
ນໍ້າແຮ່ທາດທີ່ເປັນເອກະລັກຂອງພວກເຮົາ ຈາກແຫຼ່ງທຳມະຊາດ ຂອງປະເທດລາວ ນຳມາໃຫ້ທ່ານໄດ້ສຳພັດປະສົບການດື່ມທີ່ບໍ່ມີໃຜທຽບເທົ່າ



ດຶງດູດໃຈ
ໃຫ້ pH8 ທຳມະຊາດ ແລະ ສຳພັດປະສົບການດື່ມທີ່ບໍ່ມີໃຜທຽບເທົ່າ
ສຸຂະພາບ
ແຮ່ທາດທຳມະຊາດໃຫ້ປະໂຫຍດທີ່ດີຕໍ່ຮ່າງກາຍທ່ານ
ບໍລິສຸດ
ໃຫ້ຄວາມບໍລິສຸດດີທີ່ສຸດກັບລົດຊາດທີ່ລໍ້າລຶກ
ຍືນຍົງ
ມຸ່ງເນັ້ນການຫຼຸດຜ່ອນຜົນກະທົບຕໍ່ສິງແວດລ້ອມ
ແຫຼ່ງທີ່ມາຈາກທ້ອງຖິ່ນ
ຈາກຮາກຖານທຳມະຊາດຂອງອານາຈັກສາຍນໍ້າສີພັນດອນ